ກົມພັດທະນາການທ່ອງທ່ຽວເປັນກົມວິຊາການໜຶ່ງ ຢູ່ໃນກົງຈັກການຈັດຕັ້ງຂອງກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມີຊື່ຂຽນເປັນຕົວອັກສອນຫຍໍ້ພາສາລາວວ່າ: “ກພທ” ແລະ ເປັນພາສາຝຣັ່ງວ່າ: Direction de Développement du Tourisme “DDT”, ມີພາລະບົດບາດເປັນເສນາທິການໃຫ້ຄະນະນຳກະຊວງໃນການຄົ້ນຄ້ວານະໂຍບາຍກ່ຽວກັບການພັດທະນາການທ່ອງທ່ຽວ ແລະ ສ້າງແຜນການພັດທະນາການທ່ອງທ່ຽວໃນທົ່ວປະເທດ.
ກົມພັດທະນາການທ່ອງທ່ຽວມີໜ້າທີ່ດັ່ງນີ້:
1. ຄົ້ນຄວ້າເຊື່ອມຊຶມຫັນເອົາແນວທາງແຜນນະໂຍບາຍຂອງພັກ - ລັດຖະບານເປັນແຜນຍຸດທະສາດ, ແຜນການ ແລະ ໂຄງການລະອຽດກ່ຽວກັບການພັດທະນາການທ່ອງທ່ຽວໃນຂອບເຂດທົ່ວປະເທດ.
2. ຄົ້ນຄວ້າສ້າງຮ່າງນິຕິກໍາທີ່ກ່ຽວຂ້ອງກັບການພັດທະນາການທ່ອງທ່ຽວພ້ອມທັງເຜີຍແຜ່ນິຕິກໍາດັ່ງກ່າວໃຫ້ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ.
3. ຄົ້ນຄວ້າສ້າງແຜນພັດທະນາການທ່ອງທ່ຽວກັບຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງການຊ່ວຍ ເຫຼືອດ້ານທຶນຮອນ ແລະ ດ້ານວິຊາການ.
4. ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງສຳຫຼວດເກັບກຳຂໍ້ມູນແຫຼ່ງທ່ອງທ່ຽວ,ອອກແບບ, ຈັດສັນ ແລະ ຂື້ນບັນຊີແຫຼ່ງທ່ອງທ່ຽວໃນຂອບເຂດທົ່ວປະເທດ.
5. ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງເພື່ອກຳນົດ, ວາງແຜນພັດທະນາ, ປັບ ປຸງບູລະນະແຫຼ່ງທ່ອງທ່ຽວທຳມະຊາດ, ແຫຼ່ງທ່ອງທ່ຽວວັດທະນະທຳ ແລະ ປະຫວັດສາດໃນຂອບເຂດທົ່ວປະເທດ.
6. ສົມທົບກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງພັດທະນາໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກຮອງຮັບບັນດາແຫຼ່ງທ່ອງທ່ຽວ.
7. ຄົ້ນຄວ້າສ້າງແຜນພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ.
8. ສົມທົບກັບຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງເພື່ອສ້າງໂຄງການພັດທະນາການ ທ່ອງທ່ຽວຕາມພາລະບົດບາດຂອງກົມ.
9. ເກັບກໍາ ແລະ ວິເຄາະ, ວິໄຈຂໍ້ມູນດ້ານການທ່ອງທ່ຽວ, ຜົນກະທົບຈາກການທ່ອງທ່ຽວ, ເສດຖະກິດການທ່ອງທ່ຽວເພື່ອເປັນພື້ນຖານຮັບໃຊ້ແກ່ການລົງທຶນ, ການວາງແຜນພັດທະນາການທ່ອງທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວ, ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ - ສັງຄົມ.
10. ຈັດຕັ້ງປະຕິບັດ ແລະ ປະສານງານກັບຫົວໜ່ວຍຈັດຕັ້ງຕິບັດໂຄງການປະຈຳເດືອນ, ປະຈຳງວດ, 6 ເດືອນ ແລະ ປະຈຳປີ ເພື່ອສະຫຼຸບລາຍງານໃຫ້ແກ່ຄະນະນຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
11. ເປັນເຈົ້າການໃນການຊີ້ນໍານໍາພາ ແລະ ກວດກາທາງດ້ານວິຊາການກ່ຽວກັບການພັດທະ ນາຜະລິດຕະພັນການທ່ອງທ່ຽວໂດຍການລົງທຶນຂອງລັດ ແລະ ການລົງທຶນພັດທະນາແຫຼ່ງທ່ອງທ່ຽວຂອງພາກທຸລະກິດໃນຂອບເຂດທົ່ວປະເທດ.
12. ຄຸ້ມຄອງ, ຕິດຕາມ ແລະ ນໍາພາການຈັດຕັ້ງປະຕິບັດໂຄງການພັດທະນາການທ່ອງທ່ຽວທີ່ໄດ້ຮັບການສະໜັບສະໜູນຊວ່ຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນສາກົນ ຕາມການຕົກລົງເຫັນດີຂອງຂັ້ນເທິງ
13. ຄົ້ນຄວ້າປະກອບຄໍາເຫັນທາງດ້ານວິຊາການໃຫ້ແກ່ພາກສ່ວນ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງກ່ຽວກັບການອະນຸຍາດສ້າງຕັ້ງ ຫຼື ການຍົກເລີກບັນດາຫົວໜ່ວຍທຸລະກິດ ທີ່ລົງທຶນພັດທະ ນາແຫຼ່ງທ່ອງທ່ຽວ ແລະ ທຸລະກິດອື່ນໆທີ່ຕິດພັນກັບການທ່ອງທ່ຽວຕາມການຕົກລົງເຫັນດີ ຂອງຂັ້ນເທິງ.
14. ຄົ້ນຄວ້າສ້າງແຜນງົບປະມານເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານພາຍໃນກົມ, ສ້າງແຜນງົບປະມານພັດທະນາການທ່ອງທ່ຽວ, ພັດທະນາແຫຼ່ງທ່ອງທ່ຽວ, ປັບປຸງກໍ່ສ້າງໂຄງລ່າງພື້ນຖານ ແລະ ສິ່ງຮອງຮັບການທ່ອງທ່ຽວ.
15. ຄຸ້ມຄອງເກັບກໍາ ແລະ ສະຫຼຸບສັງລວມສະຖິຕິກ່ຽວກັບການພັດທະນາການທ່ອງທ່ຽວ
16. ຈັດຕັ້ງກອງປະຊຸມ, ສຳມະນາ, ຊຸດຝຶກອົບຮົມທາງດ້ານວິຊາການທີ່ກ່ຽວພັນກັບວຽກງານພັດທະນາການທ່ອງທ່ຽວ, ການທ່ອງທ່ຽວແບບອະນຸລັກ, ວິໄຈການທ່ອງທ່ຽວ ແລະ ສຳຫຼວດອອກແບບແຫຼ່ງທ່ອງທ່ຽວຕາມການຕົກລົງເຫັນດີ ຂອງຄະນະນຳ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
17. ສະຫຼຸບສັງລວມລາຍງານສະພາບການເຄື່ອນໄຫວຮອບດ້ານຂອງກົມໃຫ້ຂັ້ນເທິງ ແລະ ນໍາເອົາທິດທາງແຜນການຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ.
ກົມພັດທະນາການທ່ອງທ່ຽວປະກອບມີ 4 ພະແນກຄື:
1. ພະແນກວາງແຜນ ແລະ ພັດທະນາການທ່ອງທ່ຽວ (ພທນ)
2. ພະແນກວິໄຈການທ່ອງທ່ຽວ ແລະ ບໍລິຫານ (ວຈທ)
3. ພະແນກການທ່ອງທ່ຽວແບບອະນຸລັກ (ທອລ)
4. ພະແນກສຳຫຼວດ, ອອກແບບ ແລະ ຈັດສັນແຫຼ່ງທ່ອງທ່ຽວ (ສທທ)
ວີດີໂອໂຄສະນາການທ່ອງທ່ຽວ ໂດຍກົມພັດທະນາການທ່ອງທ່ຽວ:
|
|